webspace hosting reseller hosting| web hosting| blog| forum| dating| free hosting| openhost| report abuse
Fax to Email

Unlimited Faxes, No Fees, Dedicated Phone Number

Free Website Templates


Yahoo! Messenger 9.0 Beta

ເພີ່ມເຕີມທີ່: http://beta.messenger.yahoo.com/

ດາວໂຫລດ Yahoo! Messenger 9.0 Beta ໄດ້ທີ່:

http://us.dl1.yimg.com/download.yahoo.com/dl/msgr9/us/msgr9us.exe

ຂຽນໂດຍ: SiaN 31.Oct.07 ໝວດທົ່ວໄປ ຄຳເຫັນ (0) ອ່ານຕໍ່

ການລັອກເອກະສານໃນ Microsoft Office Word 2003.

ການລັອກເອກະສານໃນ Microsoft Office Word 2003. ເອກະສານທີ່ທ່ານສ້າງໄວ້ອາດຖືກປ່ຽນແປງດ້ວຍຜູ້ອ່ານໄດ້ຕະຫຼອດເວລາ,ຖ້າທ່ານບໍ່ຢາກໃຫ້ຜູ້ອ່ານສາມາດປ່ຽນແປງ ເນື້ອໃນເອກະສານຂອງທ່ານແລ້ວ, ມີວິທີນັ້ນກໍ່ຄືການລັອກເອກະສານດ້ວຍການໃສ່ລະຫັດລັບ. 8 ວິທີປະຕິບັດ: 1. ເປີດເອກະສານທີ່ທ່ານຕ້ອງການປ້ອງກັນອອດມາ. 2. ໄປທີ່ Tools ເລືອກ Protect Documents…ຈະໄດ້ໜ້າຕ່າງໃນດ້ານຂວາມື. 3. ໃນຫົວຂໍ້ 2.Editing restrictions ກົດເອົາໝາຍຖືກທີ່ Allow only this type of editing in the document: 4. ຈາກນັ້ນທີ່ບັອກລຸ່ມໃຫ້ເລຶອກ Comments ຫຼື Filling forms. ( + ຖ້າເລຶອກ Comments ຜູ້ອ່ານຈະສາມາດທາສີ ແລະ ສຳເນົາ ( Copy ) ເອກະສານຂອງທ່ານໄດ້ + ຖ້າເລຶອກ Filling forms ຜູ້ອ່ານຈະບໍ່ສາມາດທາສີ ຫຼື ສຳເນົາເອກະສານຂອງທ່ານໄດ້ ) 5. ຈາກນັ້ນກົດປຸ່ມ Yes, Start Enforcing Protection. 6. ຈະໄດ້ໄດອະລັອກບັອກອອກມາໃຫ້ໃສ່ລະຫັດ. - ທີ່ Enter new password ໃສ່ລະຫັດປ້ອງກັນການດັດແປງເອກະສານຂອງທ່ານ. - ທີ່ Reenter password to confirm ໃສ່ລະຫັດອີກເທື່ອໜຶ່ງ(ຕ້ອງຄືກັນກັບເທິງນີ້)ເພື່ອຢືນຢັນ. ຈາກນັ້ນກົດ Ok. 7. Save ເອກະສານຂອງທ່ານໄວ້ຕາມປົກະຕິ. 8 ການຍົກເລີກ ຫຼື ການແກ້ໄຂອອກະສານທີ່ຖືກລັອກ. ເມື່ອທ່ານເປີດເອກະສານທີ່ຖືກລັອກຂຶ້ນມາທ່ານກໍ່ຈະບໍ່ສາມາດປ່ຽນແປງ ເອກະສານນັ້ນແຕ່ຢ່າງໃດເລີຍ. ວິທີແກ້ໄຂກໍ່ຄື: ໄປທີ່ Tools ເລືອກ Unprotect Document ຈາກນັ້ນໃສ່ລະຫັດຜ່ານແລ້ວກົດ Ok. ຈາກນັ້ນທ່ານກໍ່ຈະສາມາດປ່ຽນແປງເອກະສານໄດ້ຕາມປົກກະຕີ.

ຂຽນໂດຍ: SiaN 02.May.07 ໝວດທົ່ວໄປ ຄຳເຫັນ (0) ອ່ານຕໍ່

ວິທີຕິດຕັ້ງ Windows Media Player 11 ໃນ Windows XP ປອມ

 Windows Mediaplayer 11

ກ່ອນອື່ນດາວໂຫຼດ Windows Media Player 11 ທີ່ນີ້: [English Edition] [中文版] ຈາກນັ້ນຈະໄດ້ໄຟລ໌ wmp11-windowsxp-x86-enu.exe ແຕກໄຟລ໌ດ້ວຍການວາງໄຟລ໌ທີ່ໂຫຼດມາໃນຟອນເດີໃໝ່ທີ່ສ້າງຂຶ້ນຈາກນັ້ນກົດ ເມົາສ໌ຂວາທີ່ໄຟລ໌ wmp11-windowsxp-x86-enu.exe ເລືອກ Extract here ຈາກນັ້ນຊອກຫາ 4 files ເຊັ່ນ: (1) wmp11.exe, (2) wmfdist11.exe, (3) wmdbexport.exe, (4) umdf.exe ແຕ່ບາງເຄື່ອງຈະບໍ່ເຫັນນາມສະກຸນ.exe ແຕ່ບໍ່ຕ້ອງສົນໃຈ, ແມ່ນຊື່ທາງຫນ້າ ແລ້ວກໍ່ຢ່າ ໄຟລ໌ບໍ່ຕ້ອງສົນໃຈ. ຈາກນັ້ນ ປະຕິບັດດັ່ງຕໍ່ໄປນີ້: ໃຫ້ເລີ່ມຈາກໄຟລ໌ wmp11.exe ແລ້ວແລ້ວກົດ ເມົາຂວາ ເລືອກ Run as (ບໍ່ແມ່ນ setup_wm.exe)ຈາກນັ້ນຈະມີ dialogue box ຂຶ້ນມາ ເອົາເຄື່ອງຫມາຍຕິກຖືກຢູ່ທາງຫນ້າ Protect my computer and data from …….. ປະມານນີ້ ອອກ ແລ້ວ ຄລິກ OK. ຈາກນັ້ນ restart ຄອມ ແລ້ວປະຕິບັດກັບ 3 ໄຟລ໌ທີ່ເຫລືອຄືກັນ ສຳລັບ 3 ໄຟລ໌ທີ່ເຫລືອຖ້າຄອມບໍ່ຖາມຫາ restart ບໍ່ເຮັດກໍ່ໄດ້ ແຕ່ໄຟລ໌ທຳອິດບໍ່ຖາມກໍ່ຕ້ອງເຮັດເດີ້. ຈາກນັ້ນໃຫ້ເຂົ້າໃຊ້ windows media player ແບບປົກກະຕິ. ເຫັນບໍ ເຂົ້າໄດ້ແລ້ວ ບາດນີ້ສຸດແລ້ວແຕ່ທ່ານມັກຕິດຕັ້ງແບບໃດ Express or Custom ແຕ່ຖ້າອອນລາຍເວລາຕິດຕັ້ງກໍ່ເລືອກເອົາ Custom ກໍ່ໄດ້
( ຈົບ0ຂັ້ນຕອນການຕິດຕັ້ງ )

ຂຽນໂດຍ: SiaN 02.May.07 ໝວດທົ່ວໄປ ຄຳເຫັນ (0) ອ່ານຕໍ່

MSN patch ໂປຼແກຼມລຶບໂຄສະນາຂອງ MSN Messenger

MSN patch

MSN patch ໂປຼແກຼມລຶບໂຄສະນາຂອງ MSN Messenger ຫຼື Windows Live Messenger ໂປຼແກຼມນີ້ໃຊ້ງ່າຍ ແຕ່ເສຍດາຍມັນເປັນພາສາຈີນ… ເອົາເປັນວ່າສັງເກດຕາມຮູບກໍ່ແລ້ວກັນ.

ກົດທີ່ນີ້ເພື່ອດາວໂຫຼດ MSN Patch

ວິທີໃຊ້: ຫຼັງຈາກໂຫຼດໂປຼແກຼມມາແລ້ວໃຫ້ທ່ານອອກ MSN Messenger ກ່ອນ, ລວມໄປເຖິງໄອຄັອນນ້ອຍໆທີ່ Taskbar  ນຳ , ຈາກນັ້ນເປີດໂປຼແກຼມ MSN patch ຂຶ້ນມາແລ້ວກົດຕິກເອົາໂຄສະນາທີ່ box ເບື້ອງຊ້າຍມື (ສັງເກດໂຄສະນາທີ່ຕ້ອງການລຶບຕາມຮູບໃນໂປຼແກຼມ,ຖ້າທ່ານອ່ານພາສາຈີນບໍ່ໄດ້) ຈາກນັ້ນກົດ 下一步ເພື່ອປະຕິບັດຕໍ່ໄປຈົນຈົບ

ໝາຍເຫດ: ຖ້າທ່ານບໍ່ອອກ MSN Messenger ກ່ອນ ໂປຼແກຼມນີ້ຈະບໍ່ເຮັດວຽກ, ມັນຈະຟ້ອງວ່າ 错误 Messenger 已运行,请先退出 Messenger 再运行补丁…^_^ ( ແປ: ຜິດພາດ Messenger ກຳລັງໃຊ້ງານຢູ່, ກະລຸນາອອກ Messenger ກ່ອນຈຶ່ງ patch…^_^ )

ຂຽນໂດຍ: SiaN 20.Feb.07 ດາວໂຫຼດໂປຼແກຼມເດັດ ຄຳເຫັນ (0) ອ່ານຕໍ່

Learn to type Lao

Type Lao

ໂປຼແກຼມແອບພິມພາສາລາວ

 ກົດທີ່ນີ້ດາວໂຫຼດ Learn to type Lao

ຂຽນໂດຍ: SiaN 16.Feb.07 ດາວໂຫຼດໂປຼແກຼມເດັດ ຄຳເຫັນ (0) ອ່ານຕໍ່

Vista themes for XP

Click Photo to view The biggest

ກົດທີ່ຮູບເພື່ອເບິ່ງຂະໜາດໃຫຍ່
ໜ້າກາກງາມໆຂອງ Windows Vista ສຳລັບທ່ານທີ່ໃຊ້ Windows Xp ແຕ່ຢາກໃຫ້ຄອມພິວເຕີມີໜ້າຕາງາມຄື Windows Vista

ກົດທີ່ນີ້ດາວໂຫຼດ Vista themes for XP

ກົດຮູບລຸ່ມນີ້ເພື່ອເບິ່ງຕົວຢ່າງ

Click Photo to view The biggestClick Photo to view The biggestClick Photo to view The biggestClick Photo to view The biggest

ໝາຍເຫດ: ທ່ານໃດມີບັນຫາການຕິດຕັ້ງ ຫຼື ຕິດຕັ້ງແລ້ວໃຊ້ບໍ່ໄດ້ກະລຸນາອ່ານ http://sian.madpage.com/blog/?p=15

ຂຽນໂດຍ: SiaN 16.Feb.07 ດາວໂຫຼດໂປຼແກຼມເດັດ ຄຳເຫັນ (0) ອ່ານຕໍ່

HFuxThemePatcher XP .NET 2.3

HFuxThemePatcher XP .NET 2.3
HFuxThemePatcher XP .NET 2.3 ເປັນໂປຼແກຼມຊ່ວຍເຮັດໃຫ້ທ່ານທີ່ບໍ່ສາມາດໃຊ້ Themes ໄດ້ໃຫ້ໃຊ້ໄດ້ຕາມປົກະຕິ.. ທ່ານເຄີຍພົບບັນຫາບໍ່, ບາງຄັ້ງເຫັນໜ້າກາກ ຫຼື Theme ງາມໆ ແຕ່ເມື່ອດາວໂຫຼດມາໃຊ້ພັດໃຊ້ບໍ່ໄດ້… ໂປແກຼມນີ້ຊ່ວຍທ່ານໄດ້..
  ກົດທີ່ນີ້ດາວໂຫຼດ HFuxThemePatcher XP .NET 2.3
 # ວິທີໃຊ້: ງ່າຍໆ..ຫຼັງຈາກດາວໂຫຼດໄຟລ໌ HFuxThemePatcherXP2.3.exe ມາແລ້ວ ກໍ່ເປີດໄຟລ໌ດັ່ງກ່າວ ຈາກນັ້ນກົດ Enable patch ເທົ່ານັ້ນ Themes ທີ່ໃຊ້ບໍ່ໄດ້ກໍ່ຈະໃຊ້ໄດ້ຕາມປົກກະຕິ.

ໝາຍເຫດ: ຫຼັງຈາກ Enable patch ແລ້ວທ່ານສາມາດລຶບໄຟລ໌ HFuxThemePatcherXP2.3.exe ຖິ້ມໄດ້.

ຂຽນໂດຍ: SiaN 16.Feb.07 ດາວໂຫຼດໂປຼແກຼມເດັດ ຄຳເຫັນ (0) ອ່ານຕໍ່

Windows Xp ບໍ່ສາມາດຄົ້ນຫາເອກສານໄດ້ເຮັດແນວໃດ ?

ເມື່ອເປີດ My Computer ຂຶ້ນມາເພື່ອຄົ້ນຫາເອກສານ…ແຕ່ເມື່ອກົດ Search ຜົນປາກົດວ່າເຫັນແຕ່ໝາ…ເຮີເຮີ..

ວິທີແກ້ໄຂ:

ໄປທີ່  Start > Run.. > regsvr32  vbscript.dll ກົດ Ok ຫຼື ກົດ Enter ທີ່ຄີບອດ
Start > Run.. > regsvr32  jscript.dll    ກົດ Ok ຫຼື ກົດ Enter ທີ່ຄີບອດ
ຈົບ..

ຂຽນໂດຍ: SiaN 10.Jan.07 ບັນຫາຄອມພິວເຕີ ຄຳເຫັນ (0) ອ່ານຕໍ່

ວິທີແກ້ໄຂບັນຫາ WinRAR ໝົດອາຍຸ.

WinRAR ທີ່ທ່ານໃຊ້ຢູ່ແມ່ນທ່ານເອົາມາແຕ່ໃສ ? ແມ່ນຂອງແທ້ບໍ່ ຫຼື Shareware ?
ຖ້າ Shareware ທ່ານພົບບັນຫານີ້ 1000% ຫຼັງຈາກຕິດຕັ້ງ 40 ມື້ແລ້ວມັນຈະມີ Pop Up ພ້ອມຂໍ້ຄວາມ “Please Note that WinRAR is shareware. After a 40 day trial period you must either buy a license or remove it from your computer”  ຂຶ້ນມາທຸກຄັ້ງເມື່ອທ່ານເປີດໃຊ້.
WinRAR
ບໍ່ຕ້ອງຊື້ ແລະ ກໍ່ບໍ່ຕອງຍ້າຍມັນດອກ…
ມີວິທີເຮັດໃຫ້ຂໍ້ຄວາມນີ້ຫາຍໄປພຽງງ່າຍໆຄື:
1.ເປີດ Notepad ຫຼື Wordpad ຂຶ້ນມາ.
2. ກັອບປີ້ເອົາ code ທີ່ເປັນສີຟ້າລຸ່ມນີ້ທັງໝົດໄປວາງໃສ່ Notepad ຫຼື Wordpad ດັ່ງກ່າວ.

RAR registration data
Eric Blanc
Single PC usage license
UID=cf406101f338727ed323
6412212250d3231bbd75e709e1c7b2bdbf7ec57818de5bad38e0ba
c8c58271749eb746f0386035c6ab9048e2c5c62f0238f183d28519
aa87488bf38f5b634cf28190bdf438ac593b1857cdb55a7fcb0eb0
c3e4c2736090b3dfa45384e08e9de05c5860826fa66fb2013f9a3b
7057d62fea3ed9e8876aa47a5bf5aa7dc6480eac87c56ecf87112f
bc214cf0f36834ef5b28504ad077402dd548c1dc97f35cf9603e10
bd9fb48cc1324676f851d4cd9c0eccb58b90f1257c3c1994543524

3. ບັນທຶກຫຼື Save ໄປໄວ້ທີ່ທ່ານ ຕິດຕັ້ງ WinRAR ນັ້ນ ຕົວຢ່າງ C:\Program Files\WinRAR ໂດຍໃສ່ຊື່ເປັນ RARReg.KEY
*** ຈົບຂັ້ນຕອນ*** ລອງເປີດໃຊ້ WinRAR ເບິ່ງ. ຂໍ້ຄວາມໜ້າເບື່ອນັ້ນຫາຍໄປແມ່ນບໍ ? ເຮີເຮີ++ :-D
ຖ້າໃຜຂີ້ຄ້ານປະຕິບັດຕາມຂັ້ນຕອນເທິງນັ້ນກໍ່ກົດທີ່ນີ້ເພື່ອດາວໂຫຼດໄຟລ໌ RARReg.KEY ຈາກນັ້ນບັນທຶກຫຼື Save ໄປໄວ້ທີ່ທ່ານ ຕິດຕັ້ງ WinRAR ນັ້ນ ຕົວຢ່າງ C:\Program Files\WinRAR  ( ຜົນໄດ້ຮັບຄືກັນ )

ຂຽນໂດຍ: SiaN 02.Jan.07 ຂອງເດັດ ຄຳເຫັນ (0) ອ່ານຕໍ່

ວິທີດາວໂຫຼດວີດີໂອຈາກ www.youtube.com

ໃນຄະນະທີ່ທ່ານກຳລັງເບິ່ງວີດີໂອຢູ່ www.youtube.com ທ່ານຄິດວ່າມັນຈະດີສ່ຳໃດຖ້າ ທ່ານສາມາດດາວໂຫຼດວີດີໂອທີ່ທ່ານມັກນັ້ນມາເກັບໄວ້ໃນຄອມຂອງທ່ານ. ຖ້າຖາມວ່າ:ມີວິທີບໍ່ ? ຄຳຕອບຄື: “ມີ”. ວິທີກໍ່ຄື:
ກ່ອນອື່ນໄປທີ່ www.vixy.net ຫຼື http://vixy.net/flv_converter ຈາກນັ້ນກັອບປີ້ເອົາທີ່ຢູ່ຂອງວີດີໂອນັ້ນ (ຕົວຢ່າງ: http://www.youtube.com/watch?v=oMMzs10eY3g ) ແລ້ວນຳໄປວາງໃສ່ທີ່ຫ້ອງ URL (FLV file URL or web page*): ຂອງ http://vixy.net/flv_converter ທີ່ທ່ານເປີດຂື້ນມາ ແລະ ທີ່ convert to: ເລືອກປະເພດໄຟລ໌ທີ່ທ່ານຕ້ອງການ ແລ້ວກົດປຸ່ມ Start ລໍຖ້າບຶດໜຶ່ງທ່ານກໍ່ຈະໄດ້ທີ່ຢູ່ເພື່ອດາວໂຫຼດວີດີໂອນັ້ນ ທ່ານກໍ່ພຽງກົດຂວາແລ້ວບັນທຶກ(Save)ວີດີໂອໄປໄວ້ໄດ້ເລີຍ.
( ຈົບຂັ້ນຕອນ )
ຖ້າການດາວໂຫຼດຊ້າແນະນຳໃຫ້ໃຊ້ໂປູແກມ Gigaget ເຂົ້າຊ່ວຍໃນການດາວໂຫຼດ. ດາວໂຫຼດ Gigaget ທີ່ http://sian.madpage.com/blog/?p=7

ຂຽນໂດຍ: SiaN 24.Dec.06 ຂອງເດັດ ຄຳເຫັນ (0) ອ່ານຕໍ່